ກອງປະຊຸມສະພາບດິນຟ້າອາກາດຂອງທະເລ Mediterrannean 2017 ໄດ້ຈັດຂື້ນຢູ່ທີ່ສູນ Maison Me`diterrane`ene du Climat ໃນເມືອງ Tangiers, ປະເທດ Morocco ໃນລະຫວ່າງວັນທີ 15 – 16 ທັນວາ (12) 2017. ໃນກອງປະຊຸມໄດ້ມີສະຖາບັນການສຶກສາ, ນັກວິຊາການ ແລະ ຜູ້ປະກອບການ ຈາກ ທົ່ວລຸ່ມນ້ຳທະເລ Mediterrannean ເຂົ້າຮ່ວມເພື່ອນຳສະເໜີກ່ຽວກັບກາບປັບປຸງໃນການຮັບມືກັບບັນຫາ ສະພາບການປ່ຽນ ແປງຂອງດິນຟ້າອາກາດ ແລະ ພື່ນທີ່ການເຮັດວຽກເພື່ອປັບປຸງພູມມີພາກອານາເຂດໃຫ້ດີຂື້ນ.
Mme Vesperini ຄູ່ຮ່ວມຈາກໂຄງການ REACT IEMSR ໄດ້ຮັບເຊີນໃຫ້ມາຝຶກອົບຮົມວິທີການແກ້ໄຂ ກ່ຽວກັບສະພາບການປ່ຽນແປງດິນຟ້າອາກາດ ໂດຍມີ 3 ຫົວຂໍ້ຄື: ການເພີ່ມຄວາມຮັບຮູ້ ການຝຶກອົບຮົມເບື່ອງຕົ້ນ ກ່ຽວກັບສະພາບດິນຟ້າອາກາດ ແລະ ການຮຽນຮູ້ກ່ຽວກັບການດຳລົງຊີວິດ. Mme Vesperini ໄດ້ນຳສະເໜີ ການເສີມສ້າງຂີດຄວາມອາດສາມາດຂອງໂຄງການ REACT ແລະ ໄດ້ວາງແຜນການສ້າງຄຸນນະພາບຂອງ ໜ້າວຽກທີ 4 (Wp4) ຮ່ວມກັນ ລວມທັງແຜນການຝຶກອົບຮົມ ແລະ ແຜນການຝຶກອົບຮົມແບບເປັນໂມດູນ ຢູ່ພາຍໃນ ແລະ ໃນລະດັບ ສາກົນ. Mme Vesperini ລາວໄດ້ເນັ້ນກ່ຽວກັບບັນຫາການປ່ຽນແປງ ຂອງ ສະພາບດິນຟ້າອາກາດຂອງປະເທດ ທີ່ກຳລັງ ພັດທະນາ ເຊີ່ງເປັນເລື່ອງປົກກະຕິຂອງບັນດາປະເທດ ທີ່ກຳລັງ ພັດທະນາຈະຕ້ອງປະສົບ ບໍ່ວ່າຈະມາຈາກ Maghreb ຫຼື ອາຊີຕາເວັນອອກສ່ຽງໃຕ້ ແລະ ຍັງໄດ້ເນັ້ນໜັກບົດບາດ ທີ່ສຳຄັນໃນການໃຫ້ຄວາມຊ່ວຍເຫຼືອ ຂອງອົງກອນສະຫະ ພາບເອີລົບ ໃນການແກ້ໄຂບັນຫາເຫຼົ່ານີ້.
